ໃນຕອນແລງວັນທີ: 28 ທັນວາ 2022 ຜ່ານມາ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າ ບ້ານຢອນ, ເມືອງແປກ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ກັບ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຊຽງຂວາງ. ຕາງໜ້າຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ມອບໂດຍ ທ່ານ ພອນແກ້ວ ພັນທະວົງສີ ອໍານວຍການ ລາວ ໂທລະຄົມ ສາຂາແຂວງຊຽງຂວາງ ແລະ ຮັບໂດຍ ທ່ານ ປທ ສີໄວ ອຸດົມສຸກ ອໍານວຍການ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຊຽງຂວາງ. ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການພັກເເຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ, ທ່ານ ບົວລອຍ ຈັນທະວົງ ກໍາມະການພັກເມືອງ ຮອງເຈົ້າເມືອງ ເມືອງແປກ, ທ່ານ ສີວັນ ທອງມະນີລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແປກ, ມີອໍານາດການປົກຄອງບ້ານຢອນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 300 ກວ່າຄົນ.
ຈຸດປະສົງໃນການມອບເຄື່ອງຊ່ວຍເຫຼືອໃນຄັ້ັ້ງນີ້ແມ່ນເນື່ອງໃນໂອກາດ ວັນຄົບຮອບການສ້າງຕັ້ງ ບໍລິສັດລາວ ໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ 26 ປີ (11/11/1996 - 11/11/2022). ສະນັ້ນ, ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ລາວ ໂທລະຄົມ ໄດ້ດໍາເນີນຫຼາຍໆກິດຈະກໍາເຊິ່ງ ໃນນັ້ນລວມມີກິດຈະກໍາ CSR ພາຍໃຕ້ຊື່ໂຄງການ “ລວມນໍ້າໃຈໄປຊຽງຂວາງ” ໂດຍການເປີດຮັບບໍລິຈາກຈາກລູກຄ້າກຸ່ມບໍລິສັດ ລາວ ໂທລະຄົມ ເພື່ອສົມທົບກັບເງິນສົດ ແລະ ວັດຖຸຂອງ ລາວ ໂທລະຄົມ ນໍາໄປມອບໃຫ້ກັບນ້ອງນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຊຽງຂວາງ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ແລະ ສົ່ງເສີມ ດ້ານວຽກງານການສຶກສາ ຂອງນ້ອງນັກຮຽນໂດຍສະເພາະແມ່ນໄດ້ນໍາໃຊ້ອິນເຕີເນັດຄວາມໄວສູງຂອງ ລາວ ໂທລະຄົມ ເຂົ້າຮັບໃຊ້ໃນວຽກງານ ການຮຽນ-ການສອນ,ໃຫ້ມີຄວາມສະດວກສະບາຍ, ມີຄວາມວ່ອງໄວ ແລະ ມີຄວາມທັນສະ ໄໝ. ນອກນີ້ຍັງມີອຸປະກອນການຮຽນ, ເສື້ອກັນໜາວ ແລະ ເຄື່ອງໃຊ້ປະຈໍາວັນ ມອບໃຫ້ກັບນ້ອງນັກຮຽນຈໍານວນ 313 ນ້ອງເພື່ອເປັນກໍາລັງໃຈ ແລະ ຊ່ວຍລຸດຜ່ອນແບ່ງເບົາຄ່າໃຊ້ຈ່າຍໃນການດໍາລົງຊີວິດປະຈໍາວັນຂອງນ້ອງນັກຮຽນ ແລະ ຜູ້ປົກຄອງໄດ້ສ່ວນໃດສ່ວນໜຶ່ງ.
ເຄື່ອງຊ່ວຍເຫຼືອທີ່ນໍາມາມອບໃນຄັ້ງນີ້ປະກອບມີຄື: 1) ເງິນສົດ ຈໍານວນ 13,890,000 ກີບ (ໃນນີ້ມີເງິນສົມທົບຈາກລູກຄ້າຂອງກຸ່ມບໍລິສັດ ລາວ ໂທລະຄົມ ຈໍານວນ 2,304,000 ກີບ.) 2) ວັດຖຸມູນຄ່າ 38, 474,000 ກີບ (ລວມມີ Internet FTTH ຄວາມໄວ 10 Mbps ຈໍານວນ 2 User ນໍາໃຊ້ຟຼີ 1ປີ ມູນຄ່າ 12,060,000 ກີບ, ອຸປະກອນການຮຽນ, ເສື້ອກັນໜາວ, ເຄື່ອງໃຊ້ປະຈໍາວັນ ແລະ ແນວພັນພືດຜັກຕ່າງໆ ມູນຄ່າ 26,414,000 ກີບ ລວມມູນຄ່າການຊ່ວຍເຫຼືອທັງໝົດໃນຄັ້ງນີ້ແມ່ນ 52,364,000 ກີບ
View: 5116 | 1/4/2023 9:00:13 AM | ຊ່ວຍເຫຼືອສັງຄົມ
Copyright © 2025 , All Rights Reserved | Version : 2.0