ISO 27001 ຫຼື Information Security Management System ( ISMS ) ເປັນມາດຕະຖານລະບົບ ບໍລິຫານຄຸ້ມຄອງຄວາມປອດໄພດ້ານຂໍ້ມູນຂ່າວສານ
ອົງກອນ ISO ຫຼື International Organization for Standardization ເປັນໜ່ວຍງານທີ່ກຳເນີດ ISO 27001 ໂດຍ Version ລ່າສຸດແມ່ນ ISO/IEC 27001: 2013 ປະກາດເມື່ອວັນທີ 1 ຕຸລາ 2013 ສ່ວນ Version ທຳອິດ ນຳໃຊ້ໃນປີ 2005 ຫຼັງຈາກປະກາດໃຊ້ງານກໍ່ໄດ້ຮັບຄວາມສົນໃຈຈາກພາກລັດ ແລະ ເອກະຊົນ ທົ່ວໂລກນຳມາໃຊ້ງານ ແລະ ຂໍອອກການຮັບຮອງ (Certification) ໂດຍ ລາວ ໂທລະຄົມ ກໍ່ເປັນບໍລິສັດໜຶ່ງທີ່ນຳໃຊ້ມາດຕະຖານຕົວນີ້.
ບໍລິສັດ ລັດວິສາຫະກິດ ລາວ ໂທລະຄົມ (ລລທ) ໄດ້ກຳນົດເອົາຂໍ້ມູນຂ່າວສານ ເປັນຊັບສິນທີ່ມີຄຸນຄ່າ ສູງສຸດຂອງອົງກອນ ISO/IEC 27001:2013 ເປັນມາດຕະຖານ ລະບົບຄຸ້ມຄອງຄວາມປອດໄພ ຂອງ ຂໍ້ມູນຂ່າວສານ (Information security Management System) ທີ່ບໍລິສັດນຳໜ້າຂອງໂລກ ໃຫ້ຄວາມສຳຄັນໂດຍ ລາວ ໂທລະຄົມ ກໍມຸ່ງເນັ້ນການບໍລິຫານຄວາມປອດໄພ ຂອງຂໍ້ມູນໃນລະບົບ ດ້ວຍການນຳເອົາມາດຕະຖານດັ່ງກ່າວ ມາເປັນ ແນວທາງດຳເນີນງານເຊັ່ນ: ການຄວບຄຸມການເຂົ້າເຖິງ ພື້ນທີ່ສຳຄັນຕ່າງໆ, ການຕິດຕາມກວດກາພາຍໃນ, ການທົດສອບ ແຜນຄວາມຕໍ່ເນື່ອງໃນການດຳເນີນທຸລະກິດ, ຄວາມສອດຄ່ອງ ທາງດ້ານກົດໝາຍ, ລວມໄປເຖິງການ ທົບທວນຂອງຝ່າຍບໍລິຫານ ເພື່ອໃຫ້ໝັ້ນໃຈວ່າ ລະບົບບໍລິຫານຄຸ້ມຄອງ ຄວາມປອດໄພ ດ້ານຂໍ້ມູນຂ່າວສານມີຄວາມຕໍ່ເນື່ອງ, ສອດຄ່ອງກັບຂໍ້ກຳນົດກົດໝາຍ ແລະ ທັນຕໍ່ເຫດການ. ພ້ອມກັນນັ້ນ ກໍມີຄວາມມຸ່ງໝັ້ນ ໃນການພັດທະນາ ລະບົບບໍລິຫານຄຸ້ມຄອງຄວາມປອດໄພ ດ້ານຂໍ້ມູນຂ່າວສານ ໃຫ້ມີປະສິດທິພາບຢ່າງຕໍ່ເນື່ອງ ເພື່ອໃຫ້ທັນຕໍ່ໄພຄຸກຄາມ ທີ່ຈະເກີດຂື້ນໃນອານາຄົດ.
Copyright © 2025 , All Rights Reserved | Version : 2.0