ລາວ ໂທລະຄົມ ອຸປະຖຳ ເງິນສົດ ແລະ Internet FTTH ເພື່ອຮັບໃຊ້ໃນການຖ່າຍທອດສົດ ການແຂ່ງຂັນ ກິລາດອກປີກໄກ່ແຫ່ງຊາດຊິງແຊ໋ມປະເທດລາວ ຄັ້ງທີ 21 ຊິງຂັນທ່ານປະທານສະພາແຫ່ງຊາດລາວປະຈຳປີ 2022
ໃນລະຫວ່າງວັນທີ 01 ຫາ 04 ກັນຍາ 2022 ສະຫະພັນກິລາດອກປີກໄກ່ແຫ່ງຊາດ ໄດ້ຈັດການແຂ່ງຂັນກິລາດອກປີກໄກ່ຊິງແຊ໋ມປະເທດລາວ ຄັ້ງທີ 21 ຂຶ້້ນ. ລາວ ໂທລະຄົມ ກໍ່ໄດ້ມີສ່ວນຮ່ວມໃນການ ອຸປະຖຳ ເງິນສົດ ແລະ Internet FTTH ເພື່ອຖ່າຍທອດສົດຕະຫຼອດການແຂ່ງຂັນ ລວມມູນຄ່າທັງໝົດ 25,500,000 ກີບ. ໃຫ້ກຽດມອບໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫ່ຍ ລາວ ໂທລະຄົມ ແລະ ຮັບໂດຍ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
View: 10059 | 9/19/2022 2:35:04 PM | ກ່ຽວກັບ ລາວ ໂທລະຄົມ