ໃນວັນທີ 27 ສິງຫາ 2022 ທີ່ ຫໍປະຊຸມແຫ່ງຊາດ, ໃນການປະກວດ Miss Gard Laos 2022 ນີ້ ລາວ ໂທລະຄົມ ກໍ່ໄດ້ມີສ່ວນຮ່ວມໃນການ ອຸປະຖຳ Internet Leased Line ຄວາມໄວສູງ ເພື່ອນໍາໃຊ້ເຂົ້າໃນການ Live ສົດງານປະກວດ ພ້ອມດ້ວຍມອບເຄື່ອງທີ່ລະນຶກ ໃຫ້ແກ່ ນາງສາວຜູ້ທີ່ໄດ້ຮັບຕໍາແໜ່ງຊະນະເລີດ, ຮອງຊະນະເລີດອັນດັບທີ 1 ແລະ ຮອງຊະນະເລີດອັນດັບທີ 2 ລວມມູນຄ່າທັງໝົດ 19,266,000 ກີບ. ໃຫ້ກຽດຂື້ນຮັບໃບກຽດຕິຄຸນ ໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ ແລະ ໃຫ້ກຽດຂື້ນມອບເຄື່ອງທີ່ລະນຶກໂດຍ ທ່ານ ເພັດສະຫວັນ ເຄີນວິໄລ ຮອງຫົວໜ້າຝ່າຍ ການຕະຫຼາດ ແລະ ການຂາຍ ລາວ ໂທລະຄົມ. ໂດຍຜູ້ຊະນະການປະກວດໃນຄັ້ງນີ້ຈະໄດ້ເປັນຕົວແທນໃຫ້ແກ່ປະເທດລາວ ເຂົ້າໄປແຂ່ງຂັນຕໍ່ໃນເວທີລະດັບສາກົນ ທີ່ຈະຈັດຂື້ນໃນທ້າຍປີນີ້ ທີ່ປະເທດ ອິນໂດເນເຊຍ. ລາວ ໂທລະຄົມ ຂໍສົ່ງແຮງໃຈໃຫ້ແກ່ Miss Grand Laos 2022 ໃນການນຳເອົາວັດທະນະທຳອັນດີງາມຂອງລາວ ໄປເຜີຍແຜ່ໃນລະດັບສາກົນ ແລະ ຂໍໃຫ້ນ້ອງຈົ່ງປະສົບຜົນສຳເລັດ ສາມາດນຳເອົາຊື່ສຽງມາສູ່ປະເທດລາວຕໍ່ໄປ.
View: 10686 | 8/31/2022 9:40:42 AM | ກ່ຽວກັບ ລາວ ໂທລະຄົມ