ລາວ ໂທລະຄົມ ເເລະ ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ເເລະ ການສື່ສານ ໄດ້ຈັດການຝຶກອົບຮົມໃຫ້ພະນັກງານຫຼັກເເຫຼ່ງ ເຂົ້າຮ່ວມຝຶກທັກສະ ຫົວຂໍ້: " Modern Leadership Creation & Tech Talk : Trends in Digital Technologies " ລະຫວ່າງວັນທີ 22-24 ສິງຫາ 2022 ເປັນເວລາ 3 ວັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ຂະເເໜງຈັດຕັ້ງ-ບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ນາງ ຈິດຕະພອນ ຈັນສິລິລາດ Deputy Director General of Digital Government Center, MTC ພ້ອມດ້ວຍຄະນະຜູ້ບໍລິຫານ ເເລະ ນັກສຳມະນາກອນ ຈາກກະຊວງ ເຕັກໂນໂລຊີ ເເລະ ການສື່ສານ ເເລະ ລາວ ໂທລະຄົມ ໃນຈໍານວນທັງໝົດ 47 ທ່ານ.
View: 10972 | 8/25/2022 8:15:17 PM | ກ່ຽວກັບ ລາວ ໂທລະຄົມ